Menu

ຮ່ວມຕ້ານໄພນໍ້າຖ້ວມ

ບໍລິສັດ ເບຍລາວ ຈຳກັດ ມອບຜະລິດຕະພັນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ລວມມູນຄ່າຫຼາຍກວ່າ 300 ລ້ານກີບ.

[English Text Below]
ບໍລິສັດ ເບຍລາວ ຈຳກັດ ມອບຜະລິດຕະພັນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ລວມມູນຄ່າຫຼາຍກວ່າ 300 ລ້ານກີບ.
ໃນວັນຕອນບ່າຍຂອງ ວັນທີ 8 ສິງຫາ 2023 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ເບຍລາວ ຈໍາກັດ ໄດ້ມີການມອບຜະລິດຕະພັນນໍ້າດື່ມຫົວເສືອເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນທົ່ວປະເທດ ລວມມູນຄ່າ ຫຼາຍກວ່າ 300.000.000 ກີບ ເປັນກຽດຮັບໂດຍ ພະນະທ່ານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ, ຕາງຫນ້າ ມອບໂດຍ ຜູ້ອໍານວຍການໃຫຍ່ ບໍລິສັດເບຍລາວ ຈໍາກັດ ທ່ານ ເຮັນລິກ ຈູລ ເອັນເດີເຊິນ ພ້ອມດ້ວຍຄະນະ.
ຂະບວນລົດເລີ່ມເຄື່ອນໃນວັນທີ 9-10 ສິງຫາ ເຄື່ອນໄປຫາສາງເຄື່ອງອຸປະໂພກບໍລິໂພກຂອງກະຊວງແຮງງານແລະສະຫວັດດີການສັງຄົມ ເພື່ອກຽມສົ່ງໄປຫາແຂວງຜູ້ປະສົບໄພ.
ພວກເຮົາຂໍເປັນອີກຫນຶ່ງແຮງໃຈໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ແລະ ບັນດາເຈົ້າຫນ້າທີ່ ຂໍໃຫ້ຜ່ານວິກິດນີ້ໄປຮ່ວມກັນໂດຍໄວ.
——————————————
Lao Brewery Co., Ltd. donated products to aid flood victims with a total value of more than 300 million kip.
On the afternoon of August 8, 2023 at the Prime Minister's office, Lao Brewery Co., Ltd. has given Tigerhead drinking water products to help flood victims across the country with a total value of more than 300,000,000 kip as an honor received by the Prime Minister, Mr. Sonexay Siphandone, represented by the Managing Director of Lao Brewery Co., Ltd., Mr. Henrik Juel Andersen along with his team.
The convoy began traveling on the 9-10 August to the Ministry of Labor and Social Welfare's supply warehouse in preparation for delivering supplies to the affected areas.
We want to serve as yet another source of motivation for the government and flood victims to work together to resolve this situation as quickly as possible.